Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: ແຫລ່ງທ່ອງທ່ຽວ 110 ແຫ່ງທີ່ຫນ້າສົນໃຈຂອງ ຫລວງພະບາງ
Anonymous

Date:
ແຫລ່ງທ່ອງທ່ຽວ 110 ແຫ່ງທີ່ຫນ້າສົນໃຈຂອງ ຫລວງພະບາງ
Permalink   


lao2.jpg

ຕາມສະພາບຄວາມເປັນຈິງແຂວງຫລວງພະບາງເປັນແຂວງພູດອຍ ມີເນື້ອທີ່ນາຫ້ນອຍ,ປະ ຊາຊົນສ່ວນໃຫຍ່ຢຶດຖືອາຊີບການຖາງປ່າເຮັດໄຮ່ປູກເຂົ້າ, ຊີວິດການເປັນຢູ່ ກໍພົບຄວາມຫຍຸ້ງ ຍາກແຕ່ຫລວງພະບາງ ກໍເປັນແຂວງຫນຶ່ງທີ່ມີທ່າແຮງພື້ນຖານ ເພື່ອຈະແກ້ໄຂຄວາມທຸກຍາກ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວຢ່າງຫນັກແຫນ້ນ ເປັນຕົ້ນແມ່ນ ແຫລ່ງທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດທີ່ລືຊື່, ທີ່ມີຫລາຍແຫ່ງ ໄດ້ຮັບການຍ້ອງ ຍໍຈາກນັກທ່ອງທ່ຽວໃນໂລກ. ປະ ຈຸບັນ, ແຂວງຫລວງພະບາງ ມີແຫລ່ງ ທ່ອງທ່ຽວທັງຫມົດເຖິງ 110 ແຫ່ງເຊັ່ນ: ວັດຊຽງທອງ, ວັດພູສີ,ພະທາດຈອມສີ, ຖ້ຳຕິ່ງ, ວັດ ວິຊຸນ, ຫໍພິພິດທະພັນ (ພະລາຊະວັງເກົ່າ), ຕະຫລາດມືດ, ຕາດທອງ, ຕາດກວາງຊີ, ເມືອງ ຈອມເພັດ, ຖ້ຳນາງອັ່ນ, ບ້ານປາກອູ, ເມືອງນ້ຳບາກ, ຖ້ຳຜາທອກ, ຖ້ຳຜາແກ້ວ, ຖ້ຳພະເຈົ້າ’ ແລະອື່ນໆ ເຊິ່ງບັນດາແຫລ່ງທ່ອງທ່ຽວເຫລົ່ານີ້ແມ່ນໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງ ພາຍໃນ ແລະພາຍນອກ. ໃນນັ້ນ, ແຫລ່ງທ່ອງທ່ຽວວັດທະນະທຳ ມີ 50 ແຫ່ງ, ແຫລ່ງທ່ອງ ທ່ຽວທຳມະຊາດ 51 ແຫ່ງ ແລະ ແຫລ່ງທ່ອງທ່ຽວປະຫວັດສາດ 9 ແຫ່ງ.
   ດັ່ງທີ່ພວກເຮົາ ຮັບຮູ້ນຳກັນແລ້ວວ່າ ຕົວເມືອງຫລວງພະບາງເປັນເມືອງມໍລະດົກໂລກ ທີ່ ເປັນໃຈກາງຂອງການທ່ອງທ່ຽວ ມາແຕ່ວັນທີ 9 ທັນວາ ປີ 1995 ແລະ ໃນປີ 2005 ເມືອງ ຫລວງພະບາງ ກໍໄດ້ຮັບຫລຽນຄຳເປັນເມືອງທ່ອງທ່ຽວຍອດນິຍົມໃນໂລກ ຈາກປະເທດອັງກິດ ແລະ ມາໃນປີ 2007 ກໍໄດ້ຖືກຈັດໃຫ້ເປັນເມືອງທ່ອງທ່ຽວທີ່ຫນ້າປະທັບໃຈຂອງອາຊີ ໃນອັນ ດັບທີ 10 ຈາກວາລະສານ ທະລາແວວແອນເລີຍເຊີ ຂອງອາເມລິກາ ແລະ ກໍເປັນແຂວງທີ່ ເປັນສູນກາງການທ່ອງທ່ຽວຂອງບັນດາແຂວງພາກເຫນືອສິ່ງທີ່ກ່າວມານີ້, ມັນໄດ້ເປັນສິ່ງຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ອຳນາດການປົກຄອງກໍຄື ຊາວຫລວງພະບາງ ໃຫ້ສືບຕໍ່ໃນການປົກປັກ ຮັກສາ ແລະພັດທະນາບ້ານເມືອງໃຫ້ດີຂຶ້ນ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມຫລວງພະ ບາງໃຫ້ນັບມື້ນັບຫລາຍຂຶ້ນ.

http://www.ecom.org


-- Edited by Luangprabang2day at 08:50, 2007-10-23

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard