Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: ບຸນຊ່ວງເຮືອປີນີ້ ຈະຈັດຂຶ້ນເປັນເວລາສອງວັນ.


Veteran Member

Status: Offline
Posts: 78
Date:
ບຸນຊ່ວງເຮືອປີນີ້ ຈະຈັດຂຶ້ນເປັນເວລາສອງວັນ.
Permalink   


rice09hz9.jpg

ບຸນຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບດິນ, ເຊິ່ງນັບວ່າເປັນບຸນປະເພນີອັນສຳຄັນທີ່ຊາວຫລວງພະບາງ
ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ,ເຊິ່ງປົກກະຕິແລ້ວຈະຈັດຂຶ້ນໃນມື້ແຮມ 14 ຄໍ່າຂອງ
ເດືອນເກົ້າ ຫລືວ່າມື້ເດືອນເກົ້າດັບຕາມປະຕິທິນລາວ, ແຕ່ໃນປີນີ້ບຸນຊ່ວງເຮືອຈະໄດ້ຈັດຂຶ້ນເປັນເວລາ
ສອງວັນ ຄືວັນທີ່ 10 ແລະ 11 ເດືອນກັນຍາທີ່ຈະມາເຖິງນີ້.

ເມື່ອເດືອນເກົ້າລາວໄດ້ກ້າວມາເຖິງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນຂອງຊາວຫລວງພະບາງ
ຈະຫມູນວຽນມາອີກຄັ້ງ, ບັນດາຫມູບ້ານຕ່າງໆໃນຫລວງພະບາງຈະໄດ້ພາກັນຫ້າງຫາກະກຽມການແຂ່ງ
ຂັນຊ່ວງເຮືອ,ເຊິ່ງຈະມີການເຝິກຊ້ອມກັນຢ່າງເປັນຂະບວນຟົດຟື້ນເພື່ອກະກຽມເຂົ້າຮ່ວມໃນມື້ການແຂ່ງ
ຂັນ, ເກືອບທຸກຫມູ່ບ້ານຫລືທຸກວັດໃນຫລວງພະບາງຈະມີເຮືອຊ່ວງເປັນຕົວແທນໃຫ້ແກ່ບ້ານຕົນເອງ,
ມາເຖິງປັດຈຸບັນນີ້ນອກຈາກເຮືອຊ່ວງແຕ່ລະລຳຈະເປັນຕົວແທນໃຫ້ແກ່ປະຊາຊົນໃນບ້ານຕ່າງໆແລ້ວ
ຍັງມີບໍລິສັດແລະອົງກອນຕ່າງໆເປັນຜູ້ໃຫ້ການສະຫນັບສະຫນູນຕື່ມອີກ.

ພິທີຊ່ວງເຮືອຈະເລີ້ມຕົ້ນຂຶ້ນດ້ວຍການບູຊາພະຍານາກໃນແມ່ນໍ້າຂອງເຊິ່ງເປັນພິທີການທີ່ສະແດງໃຫ້
ເຫັນເຖິງການເຄົາລົບຕໍ່ທຳມະຊາດ, ສາຍນໍ້າອັນທີ່ໄດ້ຫລໍ່ລ້ຽງຊີວິດຂອງຕົນ ຈາກນັ້ນກໍ່ຈະມີການ
ກ່າວເປີດພິທີຂອງຄະນະກຳມະການ ແລະ ການເຂົ້າສະເຫນີຕົວຂອງບັນດາເຮືອຊ່ວງທີ່ເຂົ້າຮ່ວມ
ການແຂ່ງຂັນ.

ບຸນຊ່ວງເຮືອເດືອນເກົ້າ ຫໍ່ເຂົ້າປະດັບດິນ ຈະເລີ້ມຕົ້ນແຕ່ວັນທີ່ 10 ເຊິ່ງເປັນມື້ເປີດງານຕະຫລາດ
ນັດຫລືຊາວຫລວງພະບາງເອີ້ນວ່າ "ໂລະລາດ" ຕະຫລາດນັດກາງແຈ້ງແຫ່ງນີ້ຈະເປີດຶ້ນປີລະ 2
ເທື່ອເທົ່ານັ້ນ ຄື ບຸນປີໃຫມ່ ແລະ ບຸນເດືອນເກົ້າ ຈຸດປະສົງກໍ່ເພື່ອຫ້າງຫາກະກຽມອາຫານແລະຂອງ
ທານໄວ້ໃນຊ່ວງມື້ບຸນ.

ຢ່າລືມໄປຮ່ວມໃຫ້ກຳລັງໃຈບັນດາສີພາຍເຮືອຊ່ວງ, ວ່າໃຜຈະໄດຄອງຂັນລາງວັນໃນປີນີ້ເດີ້.
By Luang Prabang 2 Day




-- Edited by Luangprabang2day at 08:48, 2007-10-23

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard