Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: ຈະພັດທະນາໂຄງການ ເຂື່ອນໄຟຟ້ານ້ຳຕົກນ້ຳອູ ຢູ່ແຂວງຜົ້ງສາລີ ແລະ ແຂວງຫລວງພະບາງ


Veteran Member

Status: Offline
Posts: 78
Date:
ຈະພັດທະນາໂຄງການ ເຂື່ອນໄຟຟ້ານ້ຳຕົກນ້ຳອູ ຢູ່ແຂວງຜົ້ງສາລີ ແລະ ແຂວງຫລວງພະບາງ
Permalink   


ຂໍ້ມູນຈາກ ນ.ສ.ພ ປະຊາຊົນ - 18 ຕຸລາ 2007 11:39 ນ. 
               ວັນທີ 15 ຕຸລາ 2007 ນີ້ ທີ່ຄະນະກຳມະການແຜນການ ແລະ ການລົງທຶນ ໄດ້ມີພິທີເຊັນສັນຍາພັດທະນາ
ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳອູ ຢູ່ແຂວງຜົ້ງສາລີ ແລະ ແຂວງຫລວງພະບາງ ລັດຖະບານແຫ່ງ ສປປ ລາວ ກັບບໍລິສັດ
SINOH HYDRO CORPORATION LIMITED ຮ່ວມລົງນາມໃນສັນຍາດັ່ງກ່າວ ຕາງຫນ້າລັດຖະບານລາວ ແມ່ນທ່ານ
ທອງມີ ພົມວິໄຊ ຮອງປະທານຄະນະກຳມະການແຜນການ ແລະ ການລົງທຶນ ສ່ວນຕາງຫນ້າຝ່າຍບໍລິສັດແມ່ນທ່ານ
ເສິນເດີກາຍ ຜູ້ຊ່ວຍຜູ້ຈັດການໃຫຍ່ບໍລິສັດ ຊີງໂນໄຣໂດຼ ແຫ່ງ ສປ ຈີນ ໂດຍຊ້ອງຫນ້າບັນດາພາກສ່ວນທີ່ກ່ຽວຂ້ອງຈາກລັດ
ຖະບານລາວ ແລະ ບໍລິສັດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມນຳ ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳອູ ຢູ່ແຂວງຜົ້ງສາລີ ແລະ
ຫລວງພະບາງ ຈະໄດ້ຮັບການສຳຫລວດເບື້ອງຕົ້ນ ແລະ ສຶກສາຄວາມອາດສາມາດໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະ
ຫນາດ 50-150 ເມກາວັດ ຮັບໃຊ້ພາຍໃນ ຊຶ່ງຄາດວ່າຈະເລີ່ມລົງມືກໍ່ສ້າງໃນປີ 2009 ແລະ ກຳນົດເວລາສຳເລັດການກໍ່
ສ້າງສຸດປີ 2014-1015 ເພື່ອພັດທະນາພະລັງງານໄຟຟ້າ ຕາມລ່ອງແມ່ນ້ຳອູ ດ້ວຍການນຳໃຊ້ຊັບພະຍາກອນພະລັງງານ
ນ້ຳຢູ່ລາວ ຕາມຍຸດທະສາດໃນການສະຫນອງພະລັງງານໃຫ້ອະນຸພາກພື້ນ.

From:http://www.vientianemai.net/show_khao.php?topic=vtm_khao_den&id=5367

Thanks you.

-- Edited by Luangprabang2day at 08:51, 2007-10-23

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard