Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: luangprabang celebrates top travel award


Veteran Member

Status: Offline
Posts: 78
Date:
luangprabang celebrates top travel award
Permalink   



ຂໍ້ມູນຈາກຫນັງສືພິມປະຊາຊົນ

       ຫລວງພະບາງສະເຫລີມສະຫລອງ ລາງວັນຄຳແຫ່ງເມືອງຍອດນິຍົມ ດ້ານການທ່ອງທ່ຽວຂອງໂລກ 3 ປີຊ້ອນ

      

ເມືອງຫລວງພະບາງ ໄດ້ຮັບການຍ້ອງຍໍໃຫ້ເປັນເມືອງຍອດນິຍົມຂອງໂລກ ດ້ານການທ່ອງທ່ຽວເຖິງ 3 ປີຊ້ອນ
ຈາກວາລະສານການທ່ອງທ່ຽວປະເທດອັງກິດ ນັບແຕ່ປີ 2006 ເຖິງ 2008 ເຊິ່ງມັນແມ່ນຄວາມພາກພູມໃຈຂອງປະຊາຊົນ
ຊາວຫລວງພະບາງ ທີ່ໄດ້ຮັບການຍົກຍ່ອງຊົມເຊີຍຈາກສາກົນ ຄະນະພັກອຳນາດການປົກຄອງແຂວງ ຕີລາຄາສູງຕໍ່ການ
ໄດ້ຮັບລາງວັນອັນມີກຽດນີ້ ເຊິ່ງໃນໄລຍະຜ່ານມາ ຄະນະພັກອຳນາດການປົກຄອງແຂວງ ໄດ້ມີການເຫັນດີເປັນເອກະພາບ
ຖືເອົາວຽກງານການທ່ອງທ່ຽວເປັນປາຍແຫລມ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ ແລະ ພັດ
ທະນາຜະລິດຕະພັນການທ່ອງທ່ຽວດ້ານວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ເພື່ອເປັນແມ່ເຫລັກດຶງດູດເອົາ
ການທ່ອງທ່ຽວ ໃຫ້ນັບມື້ຂະຫຍາຍຕົວ.
               ການທີ່ໄດ້ຮັບຄຳສັນລະເສີນຍົກຍ້ອງຈາກອົງການສາກົນໃດຫນຶ່ງ ມັນບໍ່ແມ່ນບັນຫາທີ່ງ່າຍດາຍ ຫລື ຂໍກັນໄດ້
ຫລື ຊື້ຂາຍກັນໄດ້ ແຕ່ມັນໄດ້ຜ່ານການຄັດເລືອກ ແຂ່ງຂັນກັບບັນດາຕົວເມືອງທີ່ມີຊື່ສຽງໂດງດັງຂອງໂລກ ໃນນີ້ເມືອງຫລວງ
ພະບາງໄດ້ຖືກຈັດເຂົ້າແຂ່ງຂັນກັບ 615 ຕົວເມືອງໃຫຍ່ໃນ 196 ປະເທດທົ່ວໂລກ ຄະນະກຳມະການ ໄດ້ກວດກາເງື່ອນໄຂ
ຄຸນສົມບັດແຕ່ລະດ້ານ ແລະ ກັ່ນຕອງເຂົ້າມາຕິດອັນດັບ 1 ໃນ 10 ຕົວເມືອງຂອງໂລກ ທີ່ມີສິດໄດ້ຮັບລາງວັນຊະນະເລີດ
ຈາກນັ້ນຈິ່ງມາຄັດຈ້ອນ ແລະ ເຕົ້າໂຮມຄະແນນສຽງທີ່ນັກທ່ອງທ່ຽວໄດ້ອອກສຽງຜ່ານເວບໄຊ ແລະ ດ້ວຍການອອກສຽງ
ຜ່ານວາລະສານ ຊຶ່ງມັນແມ່ນຂັ້ນຕອນທີ່ໂປ່ງໃສທີ່ສຸດ ແລະ ຂັ້ນຕອນສຸດທ້າຍ ເມືອງຫລວງພະບາງ ກໍສາມາດຮັກສາການ
ຄອງລາງວັນຊະນະເລີດເຖິງ 3 ປີຊ້ອນ ຄື: ປີ 2006 2007 ແລະ 2008 ແລະ ໃນປີ 2008 ນີ້ ໄດ້ມີຕົວແທນຂອງແຂວງ
ຫລວງພະບາງ ເຂົ້າຮ່ວມການປະກາດຜົນ ແລະ ມອບລາງວັນຄຳ ໂດຍທ່ານ ດຣ. ຄຳແພງ ໄຊສົມແພງ ຮອງເຈົ້າແຂວງ
ຫລວງພະບາງ ທີ່ນະຄອນລອນດອນ ປະເທດອັງກິດ ໃນຄັ້ງວັນທີ 31 ມັງກອນ 2008.
               ພິທີສະເຫລີມສະຫລອງ ລາງວັນຄຳແຫ່ງເມືອງຍອດນິຍົມ ດ້ານການທ່ອງທ່ຽວຂອງໂລກ 3 ປີຊ້ອນ ໄດ້ຈັດຂຶ້ນ
ຢ່າງຍິ່ງໃຫຍ່ໃນວັນທີ 2 ມີນາ 2008 ນີ້ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະ
ບາງ ໂດຍການເຂົ້າຮ່ວມຂອງທ່ານ ສົມພົງ ມົງຄຸນວິໄລ ລັດຖະມົນຕີ ຫົວຫນ້າອົງການທ່ອງທ່ຽວແຫ່ງຊາດ ທ່ານລັດຖະ
ມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ທ່ານຄະນະປະຈຳພັກແຂວງ ກຳມະການພັກແຂວງ ເຈົ້າ
ເມືອງ ພະນັກງານ ພໍ່ແມ່ປະຊາຊົນ ນັກຮຽນ ນັກສຶກສາ ເຂົ້າຮ່ວມຢ່າງຫລວງຫລາຍ ພິທີໄດ້ຈັດໃຫ້ມີການໂຮມຊຸມນຸມມິດ
ຕິງ ຂະບວນແຫ່ຕາມເສັ້ນທາງກາງເມືອງ ນັບແຕ່ຫ້ອງການປົກຄອງແຂວງ ໄປເຖິງວັດຊຽງທອງ ເຊິ່ງປະກອບມີຫລາຍຂະ
ບວນ ເປັນຕົ້ນ ຂະບວນການນຳທຸງທິວ ແຫ່ປ້າຍມໍລະກົດ ປ້າຍອົງການທ່ອງທ່ຽວແຫ່ງຊາດ ປ້າຍລາງວັນຄຳເມືອງຍອດນິ
ຍົມຂອງໂລກ ນັກຮຽນ ນັກສຶກສາ ຊາວຫນຸ່ມ ຟ້ອນນາງແກ້ວ ຟ້ອນຍັກ ພະລັກພະລາມ ຂະບວນຊ້າງ ແລະ ອື່ນໆ.
               ທັງນີ້ກໍເພື່ອເປັນການສະແດງໃຫ້ຊາວໂລກຮູ້ວ່າ ເມືອງຫລວງພະບາງ ແມ່ນເມືອງມໍລະດົກໂລກທີ່ມີເອກະລັກ
ທາງດ້ານວັດທະນະທຳ ມີຄວາມກົມກືນທາງດ້ານທຳມະຊາດ ແລະ ປະຫວັດສາດອັນໂດດເດັ່ນ.

(ໂດຍ: ເກສອນ ແກ້ວລາ) 4.3.2008
http://www.pasaxon.org.la


__________________


Veteran Member

Status: Offline
Posts: 78
Date:
Permalink   

 ບັນຍາກາດ ຂະບວນແຫ່ ສະເຫລີມສະຫລອງ ຫລວງພະບາງ ເມືອງທ່ອງທ່ຽວຍອດນິຍົມຂອງໂລກ 3 ປີຊ້ອນ









ຂະບວນເຍົາວະຊົນ ຖືປ້າຍອົງການທ່ອງທ່ຽວແຫ່ງຊາດ ແລະ ປ້າຍຫລຽນຄຳເມືອງທ່ອງທ່ຽວຍອດນິຍົມຂອງໂລກ
"Top City Gold Award ”ຈາກວາລະສານຊື່ດັງ
Wanderlust, ຂອງປະເທດອັງກິດ 





ຂະບວນຊ້າງ, ອັນເປັນສັດຄູ່ບ້ານຄູ່ເມືອງລາວ ມາແຕ່ບູຮານນນະການ







ຂະ
ບວນປ້ານຄຳຂັວນ ຕິດຕາມດ້ວຍຂະບວນສິລະປະ ຈາກໂຮງລະຄອນພະລັກພະລາມ





ຂະບວນຊົນເຜົ່າ, ອັນສະແດງໃຫ້ເຫັນຄວາມເຕົ້າໂຮມສາມັກຄີໃນບັນດາຊົນເຜົ່າຕ່າງໆ









ຂະ
ບວນຊາວຫນຸ່ມ​-ຍິງສາວ, ໃນຊຸດລາວອັນງາມສະຫງ່າ





ຄະນະນາງສັງຂານ ພ
. 2550 ​ສວມຊຸດລາວບູຮານໃນສີແກ່ນຂາມອົມທອງຄຳ, ​ເຊິ່ງເປັນສີຫນຶ່ງທີ່ນາຍຊ່າງສິລະປະຫລວງພະບາງນິຍົມຫລາຍ


ຮູບຈາກສະມາຊິກພິເສດຂອງ
Luangprabang2day

sey_mdp@hotmail.com

ຂໍຂອບໃຈມາຍັງນໍ້າໃຈຂອງທ່ານ.


-- Edited by Luangprabang2day at 11:22, 2008-03-05

__________________


Member

Status: Offline
Posts: 10
Date:
Permalink   

scratching or fighting."  
As I turned to leave, I heard my son say, "C'mon, Steven, let's get dirty . "

www.aliexpress.com/store/product/2013-Taurababe-summer-boy-shorts-freeshipping/109717_922357332.html

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard