Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: "Nourished by the Same river" ສາລະຄະດີ ດື່ມນໍ້າສາຍດຽວກັນ !


Veteran Member

Status: Offline
Posts: 78
Date:
"Nourished by the Same river" ສາລະຄະດີ ດື່ມນໍ້າສາຍດຽວກັນ !
Permalink   





ສາລະຄະດີ "ດື່ມນໍ້າສາຍດຽວກັນ" ເປັນສາລະຄະດີ ທີ່ຍິ່ງໃຫຍ່ ເຊິ່ງສະທ້ອນໃຫ້ເຫັນ ສະພາບທຳມະຊາດ ສິ່ງແວດລ້ອມ ຊັບພະຍາກອນຕ່າງໆ ລວມເຖິງອະລິຍະທຳ ວັດທະນະທຳ ແລະ ວິຖີຊີວິດຂອງບັນດາຊົນຊາດໃນຂົງເຂດແມ່ນໍ້າຂອງ. 

     ອະລິຍະທຳຄືສັນຍາລັກທີ່ສະແດງເຖິງພຶດຕິກຳ ວິຖີຊີວິດ ຄວາມເປັນຢູ່ຂອງຊົນຊາດນັ້ນໆ ເຊິ່ງຄ່ອຍໆພັດທະນາ ໄປຕາມເວລາ ຕາມຍຸກສະໄຫມ ຖ້າສິ່ງແວດລ້ອມແລະລະບົບເສດຖະກິດຂອງທ້ອງຖິ່ນປ່ຽນ ວິຖີຊີວິດຂອງຄົນໃນທ້ອງຖິ່ນ ຍ່ອມປ່ຽນຕາມໄປດ້ວຍ ວັດທະນະທຳຕ່າງໆ ອາດຖືກປະສົມປະສານ ບິດເບືອນໄປຈາກເດີມ ຫລື ອາດສູນຫາຍໄປໄດ້
ເພື່ອດຳລົງອະລິຍະທຳອັນລໍ້າຄ່າຂອງພູມີພາກ ສະຖານີໂທລະພາບ ກຸ່ມປະເທດອະນຸລຸ່ມແມ່ນໍ້າຂອງ 6 ປະເທດ
ປະກອບດ້ວຍ ສະຖານີໂທລະພາບ CCTV(ສາທາລະນະລັດ ປະຊາຊົນຈີນ), TVK (ກຳປູເຈ່ຍ), LNTV (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ), MRTV(ພະມ້າ), MCOT(ປະເທດໄທ), ແລະ TVT (ຫວຽດນາມ) ຈຶ່ງໄດ້ຮ່ວມກັນຜະລິດສາລະຄະດີທີ່ຍິ່ງໃຫຍ່ຊຸດ "Nourished by the Same river"  ຫລື "ດື່ມນໍ້າສາຍດຽວກັນ".

        ປະຈຸບັນສາລະຄະດີດັ່ງກ່າວກຳລັງອອກອາກາດທາງສະຖານີໂທລະພາບແຫ່ງຊາດລາວ(LNTV) ໃນທຸກວັນຈັນ ເວລາ 10:00 ແລະ 20:30 ລວມທັງສະຖານີໂທລະພາບໂມເດີນນາຍທີວີ ຊ່ອງ 9 ຂອງໄທ(MCOT) ໃນເວລາ 22:00 ທຸກວັນຈັນເຊັ່ນກັນ.

ຊົມສາລະຄະດີດັ່ງກ່າວໃນຕອນທີ່8 ເຊິ່ງນໍາສະຫນີກ່ຽວກັບ ບຸນປະເພນີທີ່ສຳຄັນໃນພູມີພາກນີ້ ເຊິ່ງໄດ້ກ່າວເຖິງ ບຸນປີໃຫມ່ລາວທີ່ຫລວງພະບາງນໍາອີກ.
ເບິ່ງສາລະຄະດີ !

ເບິ່ງສາລະຄະດີຍ້ອນຫລັງທັງຫມົດ !

-- Edited by Luangprabang2day at 10:31, 2008-06-26

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard