Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: luang Prabang still is the Unesco site


Veteran Member

Status: Offline
Posts: 78
Date:
luang Prabang still is the Unesco site
Permalink   


2007.11.12
ເຈົ້າໜ້າທີ່ຈາກອົງການ UNESCO ຈະເດີນທາງເຂົ້າມາກວດກາດ້ານຄຸນສົມ ບັຕຕ່າງໆຂອງເມືອງຫລວງພຣະບາງ
ໃນກາງເດືອນພຶສຈິກາທີ່ຈະມາເຖີງນີ້ ເພື່ອນຳໄປພິຈາຣະນາວ່າສົມຄວນໄດ້ຮັບການສະຖາປະນາໃຫ້ເປັນເມືອງ
ມໍຣະດົກໂລກອີກຕໍ່ໄປຫລືບໍ ເພາະພາຍຫລັງທີ່ທຸຣະກິຈການທ່ອງທ່ຽວຂຍາຍຕົວ ກໍມີແນວແປກໆອັນອື່ນເຂົ້າມາທົດ
ແທນວັທນາທັມເດີມຂອງລາວທີ່ເຮັດໃຫ້ຫລາຍໆຄົນເປັນຫ່ວງນຳ ແຕ່ວ່າທ່ານກາງ ຣັຕນະກອນ ຮອງປະທານ
ບໍຣິຫາຣຕົວເມືອງຫລວງພຣະບາງໄດ້ໃຫ້ຄວາມເຫັນວ່າ:

ສຽງ: “ບໍ່ມີບັນຫາຫຍັງຫລອກອັນນີ້ມີແຕ່ຂ່າວເປົ່າປິວເວົ້າໄປຊື່ໆ ເພາະພວກເຮົາກໍບໍ່ໄດ້ລະເມີດຫຍັງ ເວົ້າແທ້ໂອ້ລົມ
ກັບຝຣັ່ງເຂົາກໍວ່າບໍ່ມີຫຍັງທີ່ຂັດກັບມໍຣະດົກ ຂັດກັບ UNESCO ເຂົາຈະມາ ມາກໍເວົ້າກັນໝົດແລ້ວ ສືບຕໍ່ບໍ່ມີຫຍັງ
ດອກ "

ຕາມການເປີດເຜີຽຂອງເຈົ້າໜ້າທີ່ລາວດັ່ງກ່າວທີ່ວ່າ: ໃນກາງເດືອນຕຸລານີ້ ທ່ານສົມສວາດ ເລັ່ງສວັດ ຮອງ
ນາຍົກຣັຖມົນຕຣີລາວກໍໄດ້ເດີອນທາງໄປປະຊຸມກັບເຈົ້າໜ້າທີ່ອົງການ UNESCO ທີ່ປະເທດຝຣັ່ງເສສເພື່ອໃຫ້ການ
ຢືນຢັນວ່າ ເມືອງຫລວງພຣະບາງຍັງມີຄຸນສົມບັຕດ້ານວັທນາທັມດັ່ງເດີມ ຊື່ງຍັງຢູ່ໃນເງື່ອນໄຂທີ່ສາມາດໃຫ້
ສະຖາປະນາເປັນເມືອງມໍຣະດົກໂລກຢູ່ຕໍ່ໄປ.

ເຖີງຢ່າງໃດກໍຕາມໃນເມື່ອເວົ້າເຖີງດ້ານການປ່ຽນແປງໃນຕົວເມືອງຫລວງພຣະບາງທີ່ອາຈຖືເປັນການສ່ຽງຕໍ່ການຍົກ
ເລີກຖານະຈາກອົງການ UNESCO ກໍຄົງແມ່ນການປຸກສ້າງບ້ານເຮືອນທີ່ອາຈຜິດຕໍ່ກົດເກນ ຮວມໄປເຖີງວັທນາທັມ
ຕ່າງຊາຕ ແລະ ວັຕຖຸນິຍົມຕ່າງໆທີ່ປາກົດເຂົ້າມາປະປົນຫລາຍເພີ່ມຂື້ນ ຈົນເຮັດໃຫ້ວັທນາທັມ ແລະ ຄ່ານິຍົມແບບລາວ
ເດີມປ່ຽນແປງໄປຫລາຍພໍສົມຄວນ ໂດຽສະເພາະທີ່ມີນັກທຸຣະກິຈຊາວຕ່າງຊາຕເຂົ້າມາຕັ້ງຫລັກແຫລ່ງຫລາຍເກີນໄປ!!

ຫວາດ ສີມູນ ຣາຍງານ
ຄັດມາຈາກ : www.rfa.org/lao


-- Edited by Luangprabang2day at 21:34, 2007-11-13

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard