Luang Prabang Today

Members Login
Username 
 
Password 
    Remember Me  
Post Info TOPIC: Nang Sangkhan 2551


Veteran Member

Status: Offline
Posts: 78
Date:
Nang Sangkhan 2551
Permalink   











ພາບນາທີລະທຶກໃຈ


ລາລີຕາ ສີລາເພັດ(ຮອງອັນດັບໜຶ່ງ), ປາວີນາພອນ ບຸບຜາ, ແສງວັນ ຕັນດາລາ(ຮອງອັນດັບສອງ)


ລາລີຕາ ສີລາເພັດ


ແສງວັນ ຕັນດາລາ

ງານ​ປະ​ກວດ​ນາງ​ສັງຂານ ປະ​ຈໍາປີ ພ.ສ 2551 ​ໄດ້​ສິ້ນ​ສຸດ​ລົງ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ແລະ ກໍ່​ໄດ້​ຜູ້​ທີ່​ເຫມາະ​ສົມ​ມາ​ເປັນນາງ​ສັງຂານ​ຄົນ​ໃຫມ່​ແລ້ວ, ນາງ ປາ​ວີນາ​ພອນ ບຸບຜາ, ລູກ​ຫລານ​ຂອງ​ບ້ານ ວິ​ຊຸນ ​ປະຈຸ​ບັນ​ກຳລັງ​ສຶກສາ​ຢູ່ ວິທະຍາ​ໄລ ລາວ​ອາ​ເມ​ລິ​ກາ ທີ່ນະຄອນຫລວງ​ວຽງຈັນ, ​​ໄດ້​ເປັນ​ນາງ​ສັງຂານ​ປີ​ນີ້ ຫວນ​ຄືນ​ໄປ​ຫລາຍ​ສິບ​ປີ​ກ່ອນ ຜູ້​​ເປັນແມ່ແລະ​​ນ້າສາວ​ຂອງ​ລາວ​ກໍ່​ເຄີຍ​ໄດ້ ຮັບ​ຕໍາ​ແຫນ່​ງ ນາງ​ສັງຂານ​​ເຊັ່ນ​ກັນ.

ໃນ​ປີ 2006 ລາວ​ເຄີຍ​ໄດ້​ຮັບ​ຕຳ​ແຫນ່​ງ ນາງ​ສາວ​ພອນ​ສ໌ ​ເຊິ່ງບໍລິສັດ ​ໄທ​ຢູນິລີ​ເວີ ປະຈຳ​ປະ​ເທດ​ລາວ​ໄດ້​ຈັດ​ຂຶ້ນ​ເພື່ອ​ຄົ້ນ​ຫາ​ສາວ​ຜິວ​ງາມ ມາ​ເປັນ​ພີ​ເຊັນ​ເຕີ ​ໃຫ້​ກັບ​ຜະລິດ​ຕະພັນ​ບໍາລຸງ​ຜິວ​ຊື່​ດັງ Pond’s.

​​ແລະ​​ປີ​ໃຫມ່​ປີ​ນີ້ ລາວ​ໄດ້​ກັບ​ຄືນ​ມາ​ບ້ານ​ເກີດ ​ເພື່ອ​ເຂົ້າ​ຮ່ວມ​ງານ​ປະ​ກວດ ນາງ​ສັງຂານ ​ເພື່ອ​ເດີນ​ໄປ​ສູ່​ເສັ້ນທາງ​ທີ່​ຜູ້​ເປັນແມ່​ແລະນ້າສາວ ​ໄດ້​ຜ່ານ​ມາ​ແລ້ວ, ງານ​ປະ​ກວດ​ນາງ​ສັງຂານ ປີ​ນີ້​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ຕັ້ງ​ແຕ່​ຕົ້ນ​ເດືອນ​ເມສາ​ທີ່​ຜ່ານ​ມາ ​ແລະ ​ໃນ​ທີ່​ສຸດ​ຄະນະ​ກຳມະການ ຜູ້​ຊົງ​ຄຸນ​ນະ​ວຸດ ໄດ້​ມອບ​ຕໍາ​ແຫນ່​ງອັນ ຊົງກຽດ ດັ່ງກ່າວໃຫ້ແກ່​ລາວ ອັນ​ໄດ້​ເຮັດ​ໃຫ້​ລາວກາຍເປັນ​ຄົນ​ທີ່​ສາມ​ຂອງ​ຕະກຸນທີ່​ໄດ​ຮັບ​ຕໍາ​ແຫນ່​ງດັ່ງກ່າວ.
​​

ໃນ​ຕອນ​ບ່າຍວັນ​ສັງຂານ​ເນົາ ວັນ​ຈັນ ທີ14 ນີ້ ນາງສັງຂານ​ຄົນ​ໃຫມ່ ຈະ​ເຂົ້າ​ທຳ​ພິທີ​ທາງ​ສາດສະຫນາ ທີ່​ຫໍ​ເກັບ​ຮັກສາ​ຫົວ​ຈໍາລອງ​ກະບິນລະ​ພົມ ທີ່​ບໍລິ​ເວນ​ວັດ​ທາດ​ນ້ອຍ ​ເມື່ອ​ສິ້ນ​ສຸດ​ພິທີ ນາງ​ສັງຂານ​ ພ້ອມຮອງ​ທັງ​ຫົກ ກໍ່ຈະ​ໄດ້​ຂຶ້ນ​ນັ່ງ​ເທິງ​ຫລັງ​ຮູບ​ຈໍາລອງ ສຸບັນ(ຄຸດ), ​ປະກອບ​ກັບ​ຂະ​ບວນ​ແຫ່ວໍ່ ​ເຄື່ອນ​ຂະ​ບວນ​ໄປ​ສູ່ ວັດຊຽງທອງ, ຖ່າມກາງ​ປະຊາຊົນ, ນັກ​ທ່ອງ​ທ່ຽວຫລາຍ​ພັນ​ຄົນ​ທີ່​ມາ​ລໍຖ້າ​ຊົມ​ຂະ​ບວນ​ແຫ່ວໍ່ ແລະ ​ໂສມ​ຫນ້າ​ຂອງ​ນາງ​ສັງຂານ​ຄົນ​ໃຫມ່.





-- Edited by Luangprabang2day at 12:59, 2008-05-08

__________________


Veteran Member

Status: Offline
Posts: 78
Date:
Permalink   


ປາວີນາພອນ ບຸບຜາ, ນາງ ສັງຂານ 2551


__________________


Member

Status: Offline
Posts: 10
Date:
Permalink   

"All right, you two," I said sternly. "No screaming , grabbing, whining, hitting, teasing, tattling, breaking toys,
www.aliexpress.com/store/product/2013-Taurababe-summer-girl-Jeans-girl-trouses-freeshipping/109717_917187624.html

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard